ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຮ່ວມ​ມື​ຣັດ​ເຊຍ-ຕວກ​ກີ ບັນລຸ​ໄດ້​ໝາກຜົນ​ຢ່າງ​ຕັ້ງໜ້າ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 31 ຕຸລາ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ ຣັດ​ເຊຍ ໄດ້​ສົ່ງ​ໂທລະເລກ​
ອວຍພອນ​ເຖິງ​ທ່ານ ຣີ​ເຊບ ເຕ​ຢິບ ເອີ​ໂດ​ກັນ ປະທານາທິບໍດີ ຕວກ​ກີ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງ ຄົບຮອບ 100 ປີ
ແຫ່ງ​ວັນ​ຖະແຫຼງ​ປະກາດ​ສ້າງຕັ້ງ​ປະເທດ ຕວກ​ກີ, ໃນ​ນັ້ນ ໄດ້​ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະເທດ​
ຈະ​ສືບຕໍ່​ພັດທະນາຢ່າງຕັ້ງໜ້າ.

     ທ່ານ​ປະທານາທິບໍດີ ຣັດ​ເຊຍ ຊີ້​ບອກ​ວ່າ: ການ​ພົວພັນ​ລະຫວ່າງ ຣັດ​ເຊຍ ແລະ ຕວກ​ກີ ພວມ​ພັດທະນາ​ບົນ​ພື້ນຖານ​ນ້ຳ
ໃຈ​ມິດຕະພາບຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ, ເຊິ່ງ​ເຄີຍ​ໄດ້​ຮັບ​ການ​ຢັ້ງຢືນ​ຢ່າງ​ຄົບ​ຖ້ວນ​ຜ່ານ​ການ​ພົບ​ປະ​ຂັ້ນ​ສູງ ໂຊ
​ຈິ. ຕາມ​ການ​ນຳ ​ຣັດ​ເຊຍ ແລ້ວ, ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງເຂດ​ພວມ​ບັນລຸ​ໄດ້​ໝາກຜົນ​ຢ່າງ​ຕັ້ງໜ້າ​ຫຼາຍ​ດ້ານ, ເປັນຕົ້ນ​
ແມ່ນ ບັນດາ​ໂຄງການ​ລວມ​ໃຫຍ່​ໄດ້​ຜັນ​ຂະຫຍາຍ​ອອກ​ໄປ​ຢ່າງ​ມີ​ລະບົບ.

     ນອກຈາກ​ນັ້ນ, ສອງ​ປະເທດ​ໄດ້​ສົມທົບ​ກັນ​ຢ່າງ​ມີ​ປະ​ສິດທິ​ຜົນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ຂອງ​ໂຄງການ​ດຳເນີນ​ງານ​
ພາກ​ພື້ນ ແລະ ທົ່ວ​ໂລກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/11/2023